Thursday, June 7, 2018

ເຊີນທ່ຽວເມືອງລາວ


  • ສະບາຍດີຂ້ອຍ ຊື່ ທ້າວຄຳດີ ພົ້ງສຳພັນ ເກີດທີ່ບ້ານມົກກົກຫລວງ ເມືອງສຳພັນ ແຂວງ ຜົ້ງສາລີ ປັດຈຸບັນເປັນນັກສຶກສາໄອທີ ຢູ່ທີ ວິທະຍະໄລ ລາວນາໆຊາດ ສາຂາແຂວງອຸດົມໄຊ

  • ທີນິ້ເມືອງລາວ ເມືອງລາວເປັນເມືອງທີ່ສວຍສົດງົດງາມ ເຊິ່ງອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດແລະຮິດຄອງປະເພນີວັດທະນະທຳທີ່ຫລາກຫລາຍ







ນ້ຳຕົກຕາດກວາງຊີ
ນ້ຳຕົກຕາດກວາງຊີ ທີ່ຫລວງພະບາງ ໃນໄລຍະລະດູຝົນ ຍັງສວຍງາມຄືເກົ່າ ທຳມະຊາດກໍຂຽວສວຍສົດງົດງາມບໍ່ມີປ່ຽນ









ຊາວເມືອງຜົ້ງສາລີຍິນດີຕ້ອນຮັບທຸກທ່ານ
ແຂວງຜົ້ງສາລີ “ເໜືອສຸດໃນປະເທດລາວ” ເປັນດິນແດນຂອງລາວທີ່ຕິດກັບ ປະເທດຈີນ ແລະ ຫວຽດນາມ ເຮັດໃຫ້ກາຍເປັນພື້ນທີ່ຍຸດທະສາດ ທີ່ມີການເຂົ້າມາຢຶດຄອງຈາກຫົວເມືອງໃຫຍ່ທັງຫລາຍໃນອະດີດ ໃນປະຈຸບັນ ເມືອງຜົ້ງສາລີ ເປັນເມືອງເອກຂອງແຂວງ ຕົວເມືອງຕັ້ງຢູ່ເທິງພູເຂົາສູງ 1,400 ແມັດ ໃນເຂດພູຟ້າ ເຮັດໃຫ້ອາກາດເຢັນສະບາຍຕະຫລອດປີ







 ແຫຼງທອງທຽວສວນຊາ 400 ປີ

ທ່ຽວສວນຊາ400ປິ ແຂວງຜົ້ງສາລ ສ່ວນຊາ400ປີຄຶການປູກຊາລ້ຽງຊິບມາແຕ່ດຶກດຳບັນ ເຊຶ່ງໃນເມື່ອກ່ອນ ບ້ານນິ້ມີຊື່ວ່າ ບ້ານລຸງຈິງ ກົກຊາທິ່ປູກ ພ້ອມກັບການສ້າງບ້ານແມ່ນມີອາຍຸປະມານ400ກວ່າປີແລ້ວ ສະນັ້ນ ຊາວເມືອງຈິງເອີ້ນກັນວ່າ ກົກຊາ400ປີເປັນກົກຊາທີ່ມີອາຍຸຍາວແຫງດຽວຢູ່ໃນ ສປປລາວ ເຊິງມີໄລຍະຫ່າງຈາກເທດສະບານແຂວງປະມານ 15  ກິໂລແມັດ








 ພູຟ້າ
 ພູຟ້າ ແມ່ນມິ່ງຂັວນຂອງຊາວເມືອງ ເທດສະບານແຂວງຜົ້ງສາລີ ເປັນພູທີ່ສວຍສົດງົດງາມ, ຕັ້ງຢູ່ຕາເວັນອອກສຽງເໜືອ ຂອງຕົວເມືອງຜົ້ງສາລີ; ພູຟ້າມີຄວາມສູງ 1,625 ແມັດ ທຽບຈາກໜ້ານ້ຳທະເລ, ມີຂັ້ນໄດຂຶ້ນ 863 ຂັ້ນ ແລະ ມີເນື້ອທີ່ທັງໜົດ 200 ເຮັກຕາ. ເປັນພູທີ່ອຸດົມສົມບູນ ເຕັມໄປດ້ວຍປ່າໄມ້ອັນດົກໜາ ແລະ ພືດພັນຫຼາຍສິ່ງຫຼາຍຢ່າງ. ພືດດັ່ງກ່າວ ສາມາດນຳໃຊ້ເປັນຢາສະໜູນໄພ, ຊາວເມືອງເທດສະບານແຂວງ ເຄີຍໄປເອົາ ພືດພັນຮາກໄມ້ຕ່າງໆ ມາປຸງເປັນຢາພື້ນເມືອງ ເພື່ອປິ່ນປົວພະຍາດຍາມເຈັບໄຂ້ໄດ້ປ່ວຍ. ນອກຈາກນີ້ ຍັງເປັນບ່ອນເພິ່ງພາອາໄສ ຂອງສັດປ່າຕ່າງໆນາໆ. ເມື່ອກ່ອນມີຮອດຊ້າງ, ເສືອ, ແຮດ ປະຈຸບັນເຫັນພຽງແຕ່ຟານ, ລີງ, ນົກ ແລະ ໜູປ່າ ເທົ່ານັ້ັນ.
    





 







ວິດີໂອຂອງຂ້ອຍ